ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງພົນທີ 1


    ວັນທີ 8 ກັນຍາ 2023, ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບ
ປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ກອງພົນທີ 1, ໂດຍມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໃຫ້ການ
ຕ້ອນຮັບ.

     ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ ກອງພົນທີ 1 ຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ໄດ້ ໂອ້ລົມຄະນະພັກ-ຄະນະບັນຊາ, ພະ
ນັກງານຫຼັກແຫຼ່ງທົ່ວກົມກອງ; ເຊິ່ງ ສະຫາຍ ໄດ້ກ່າວເນັ້ນໜັກ ໃຫ້ຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວ ກອງພົນທີ 1 ຕ້ອງຮັບປະ
ກັນວຽກງານໃນຂອບເຂດຮັບຜິດຊອບຂອງຕົນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງ
ດ້ານສັງຄົມ, ດ້ວຍມາດຕະການຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງ ຢ່າງແຂງແຮງ ຮອບດ້ານ ແລະ ຍາວນານ, ປະກອບສ່ວນຢ່າງຕັ້ງ
ໜ້າເຂົ້າໃນວຽກງານ 3 ສ້າງ ປະຕິບັດໃຫ້ໄດ້ 4 ເນື້ອໃນ 4 ຄາດໝາຍແນໃສ່ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ຕັ້ງໜ້າປັບປຸງກໍ່ສ້າງກອງທັບ
ກໍຄືປັບປຸງກໍ່ສ້າງ ກອງພົນທີ 1 ຢ່າງຮອບດ້ານ; ສຸມໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໂດຍຖືເອົາຄຸນທາດການເມືອງ ເປັນກົກເຮັດໃຫ້ພະ
ນັກງານ-ນັກຮົບ ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍແນວທາງອຸດົມການຂອງພັກ, ສ້າງໃຫ້ກົມກອງມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄຸນນະ
ພາບ; ເອົາໃຈໃສ່ວຽກງານອົບຮົມ-ຫັດແອບການທະຫານໃຫ້ມີຄວາມຊຳນິຊຳນານທາງດ້ານສິລະປະຍຸດ-ຍຸດທະວິທີ, ປະຕິບັດ 7 ລະບອບ 18 ວຽກ
ໃຫ້ເຂັ້ມງວດ, ມີສະຕິ ກຽມພ້ອມສູ້ຮົບຢູ່ສະເໝີ, ສ້າງໃຫ້ນາຍ ແລະ ພົນທະຫານ ມີຄວາມສາມາດສູ້ຮົບ ແລະ ສູ້ຮົບ ເກັ່ງ; ສ້າງມານະຈິດເຂົ້າໃນ
ຂົງເຂດວຽກງານ ໃຫ້ການຫັນປ່ຽນ ໂດຍຕິດພັນກັບການສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ; ທັງສຸມໃສ່ກໍ່ສ້າງພັກ, ກໍ່ສ້າງພະນັກງານ
ໃຫ້ມີພະນັກງານຫຼັກແຫຼ່ງສືບທອດປ່ຽນແທນຢູ່ແຕ່ລະຂັ້ນໃຫ້ເປັນລະບົບຕໍ່ເນື່ອງ, ເອົາໃຈໃສ່ ວຽກງານປ້ອງກັນພາຍໃນ, ປ້ອງກັນພັກ, ປ້ອງກັນພະ
ນັກງານ, ສ້າງໃຫ້ໄດ້ ກອງ 3 ປອດ, ເດັດດ່ຽວ ບໍ່ໃຫ້ສັດຕູ ແຊກແຊງ ເຂົ້າພາຍໃນກົມກອງ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດ
ຂຶ້ນຢູ່ພາຍໃນກົມກອງ ໃຫ້ທັນການ, ເອົາໃຈໃສ່ສຶກສາອົບຮົມຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະຢັດ, ຍູ້
ແຮງການຜະລິດຂອງກົມກອງສ້າງພະລາທິການກັບທີ່, ສ້າງເສດຖະກິດຄອບຄົວຖືກຕ້ອງຕາມລະບຽບ ກົດໝາຍ ແນໃສ່ຮັບປະກັນຊີວິດການເປັນ
ຢູ່ຂອງພະນັກງານ-ນັກຮົບ ດີຂຶ້ນເທື່ອລະກ້າວ, ເພີ່ມທະວີການພົວພັນ ຮ່ວມມືກັບກອງທັບບັນດາປະເທດເພື່ອນມິດ ຍຸດທະສາດ ຕາມເງື່ອນໄຂຂອງ
ກອງພົນ; ພ້ອມທັງເອົາໃຈໃສ່ ແລກປ່ຽນບົດຮຽນກັບກົມກອງ ເພື່ອນຕະຫຼອດເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ອ້ອມຂ້າງ ເພື່ອ
ຍາດແຍ່ງເອົາການຊ່ວຍເຫຼືອດ້ານຕ່າງໆ ມາປັບປຸງກົມກອງ.

     ໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ລົງກວດກາ ແລະ ຕິດຕາມ ໂຄງການກໍ່ສ້າງຫ້ອງການ 2 ຊັ້ນ ຫຼັງ
ໃໝ່ຂອງ ກອງພົນທີ 1 ທີ່ດຳເນີນການກໍ່ສ້າງມາແຕ່ ປີ 2022, ເຊິ່ງປັດຈຸ ບັນສຳເລັດແລ້ວປະມານ 93%, ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອ
ຈາກ ກອງທັບປະຊາຊົນ ຫວຽດນາມ, ລວມມູນຄ່າການກໍ່ສ້າງທັງໝົດ 2 ລ້ານ ໂດລາ ສະຫະລັດ.

ແຫຼ່ງຂ່າວໂດຍ ໂກຮັງ ພັນທະວົງ
ວັນທີ 13/09/2023